top of page
external-file_edited.jpg

ຊ່ວຍ​ຊີ​ວິດ​ສັດ​ປ່າ​ລາວ

Volunteer Today!

WhatsApp Image 2024-08-17 at 13.17.06.jpeg

ໂຄງ​ການ​ອາ​ສາ​ສະ​ໝັກ​ລ້ຽງ​​ສັດ

IMG_0070.HEIC

ໂຄງ​ການ​ອາ​ສາ​ສະ​ໝັກ​ທ້ອງ​ຖິ່ນ

ondrej pangolin.HEIC

ໂຄງ​ການ​ອາ​ສາ​ສະ​ໝັກ​ສັດ​ຕະ​ວະ​ແພດ

WhatsApp Image 2024-07-13 at 19.14.03.jpeg

ໂອ​ກາດ​ການ​ຝຶກ​ງານ

WhatsApp Image 2024-08-21 at 10.26.07.jpeg

ໂຄງ​ການ​ອາ​ສາ​ສະ​ໝັກ​ມື​ອາ​ຊີບ

ອາ​ສາ​ສະ​ໝັກ​ເປັນ​ຫົວ​ໃຈ​ສຳ​ຄັນ​ຂອງ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ເຮັດ​ຢູ່​ LCTW ນີ້ ແລະ ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້ ຖ້າ​ຂາດ​ການ​ສະ​ໜັບ​ສະ​ໜູນ​ຈາກ​ທ່ານ! ໂຄງ​ການ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ​ແມ່ນ​ສຸມ​ໃສ່​ການ​ຮັກ​ສາ​ສະ​ຫວັດ​ດີ​ການ​ສັດ​ໃຫ້​ໄດ້​ມາດ​ຕະ​ຖານ​ສູງ ແລະ ປັບ​ປຸງ​ຄອກ​ສັດ​ຕ່າງໆ​ຂອງ​ພວກ​ເຮົາ ເພື່ອ​ຮອງ​ຮັບ​ການກອບ​ກູ້​ສັດ​ໃໝ່. ຄວາມ​ທຸ່ມ​ເທ ແລະ ການ​ເຮ​ັດ​ວຽກ​ຢ່າງ​ໜັກ​ໜ່ວງ​ຂອງ​ທ່ານ​ສ້າງ​ແຮງກະ​ແທກ​ຢ່າງ​ແທ້​ຈິງ!

ຢູ່​ທີ່ LCTW ພວກ​ເຮົາ​ມອບ​ປະ​ສົບ​ການ​ທີ່​ມີ​ຈັນ​ຍາບ​ັນ ແລະ ຄວາມ​ຍືນ​ຍົງ ພ້ອມ​ທັງ​ນະ​ໂຍ​ບາຍ​ທີ່​ບໍ່​ສຳ​ຜັດ​ສັດຢ່າງ​ເຂັ້ມ​ງວດ.​

ພວກ​ເຮົາ​ມີເປົ້າ​ໝາຍ​ທີ່​ຈະ​ປ່ອຍສັດ​ທີ່​ພວກ​ເຮົາ​ກອບ​ກູ້​ມາ ກັບ​ຄືນ​ສູ່​ທຳ​ມະ​ຊາດ​ໃຫ້​ຫຼາຍ​ທີ່​ສຸ​ດ​ເທົ່າ​ທີ່​ຫຼາຍ​ໄດ້. ສັດ​ຈະ​ຢູ່ລອດ​ໄດ້ ​ກໍ່​ຕ້ອງ​ອາ​ໄສ​ສັນ​ຊາດ​ຕະ​ຍານ​ແບບ​ທຳ​ມະ​ຊາດ. ໝາຍ​ຄວາມ​ວ່າ​ມີ​ການ​ລະ​ມັດ​ລະ​ວັງ​ມະ​ນຸດ ແລະ ບໍ່​ເຂົ້າ​ໃກ້​ມະ​ນຸດ ເພື່ອ​ຂໍ​ອາ​ຫານ ຫລື ຄ​ວາມ​ສົນ​ໃຈ​ອື່ນໆ. 

ເຖິງ​ແມ່ນ​ວ່າສັດ​ທີ່​ຢູ່​ໄລ​ຍະ​ຍາວ​ໃນ​ສູນ​ຂອງ​ພວກ​ເຮົາ ເຊິ່ງ​ຫຼາຍ​ໂຕ​ມີ​ບັນ​ຫາ​ສຸ​ຂະ​ພາບ​ຢ່າງ​ຖາ​ວອນ​ທີ່​ເປັນ​ການ​ຂັດ​ຂວາງ​ການ​ປ່ອຍ​ສູ່​ປ່າ ແຕ່​ພວກ​ມັນ​ກໍ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສອນ​ພຶດ​ຕິ​ກຳ​ທີ່​ເປັນ​ທຳ​ມະ​ຊາດ​ໃຫ້​ແກ່​ສັດ​ໂຕ​ໜຸ່ມ​ນ້ອຍ​ທີ່​ພວກ​ເຮົາ​ກອບ​ກູ້​ມາ. 

ດ້ວຍ​ເຫດນີ້, ວຽກ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ​ແມ່ນ​ສຸມ​ໃສ່​ວິ​ທີ​ການ​ທີ່​ທ່ານ​ສາ​ມາດ​ເສີມ​ສ້າງໃຫ້​ຊີ​ວິດ​ຂອງ​ສັດ​ຈຳ​ພວກນີ້​ດີ​ຂຶ້ນ ໂດຍ​ບໍ່​ຕ້ອງ​ສຳ​ຜັດ​ກັນ ເພື່ອ​ເພີ່ມ​ຜົນ​ປະ​ໂຫຍດ​ໃນ​ໄລ​ຍະ​ຍາວ​ຂອງ​ພວກ​ມັນ.

ສຳ​ລັບ​ຄົນ​ຕ່າງ​ປະ​ເທດ, ພວກ​ເຮົາ​ມີ​ສອງ​ໂຄງ​ການ​ໃຫ້​ເລືອກ: ໂຄງ​ການ​ລ້ຽງ​ສັດ ແລະ ໂຄງ​ການ​ສັດ​ຕະ​ວະ​ແພດ. ທ່ານ​ມີ​ຄວາມ​ຫຼົງ​ໄຫຼ​ໃນ​ການ​ເບິ່ງ​ແຍງ​ສັດ​ຢ່າງ​ມີ​ຈັນ​ຍາ​ບັນ ແລະ ມີ​ຄວາມ​ກະ​ຕື​ລື​ລົ້ນ​ສະ​ໜັບ​ສະ​ໜູນ​ການ​ບຳ​ບັດ-ຟື້ນ​ຟູ ແລະ ການ​ປົກ​ປ້ອງ​ສັດ​ທີ່​ໃກ້​ສູນພັນ​ບໍ? ຢ່າ​ລືມ​ຕິດ​ຕາມ ແລະ ມີ​ສ່ວນ​ຮ່ວມ​ໂດຍ​ກົງ​ໃນ​ການ​ເບິ່ງ​ແຍງ ແລະ ​ການ​ອະ​ນຸ​ລັກພວກ​ມັນ. 

ສຳ​ລັບ​ຄົນ​ລາວ​ໃນ​ທ້ອງ​ຖິ່ນ ພວກ​ເຮົາ​ມີ​ໂຄງ​ການ​ອາ​ສາ​ສະ​ໝັກ​ທ້ອງ​ຖິ່ນ. ທ່ານ​ອາ​ໄສ​ຢູ່​ໃນ​ລາວ ແລະ ຢາກ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ການ​ອະ​ນຸ​ລັກ​ສັດ​ປ່າ​ບໍ​? ມາ​ຮ່ວມ​ເປັນ​ອາ​ສາ​ສະ​ໝັກ​ກັບ​ພວກ​ເຮົາ ເພື່ອ​ຮ່ວມ​ສະ​ໜັບ​ສະ​ໜູນ​ການ​ສຶກ​ສາ​ສະ​ຫວັດ​ດີ​ການ​ສັດ ແລະ ສົ່ງ​ເສີ​ມ​ການ​ອະ​ນຸ​ລັກ​ສັດ​ປ່າ​ໃນ ສ​ປ​ປ ລາວ.

ສຳ​ລັບໂຄງ​ການ​ອາ​ສາ​ສະ​ໝັກ​ມື​ອາ​ຊີບ​ຂອງ​ພວກ​ເຮົາ ພວກ​ເຮົາ​ຂໍ​ເຊີນ​ຜູ້​ທີ່​ມີ​ຄຸນ​ວຸດ​ທິ ຫຼື ມີ​ຄວາມ​ຊ່ຽວ​ຊານ​ໃນ​ດ້ານ​ໃດ​ດ້ານ​ໜຶ່ງ​ໂດຍ​ສະ​ເພາະ​ມາ​ຮ່ວມ​ງານ​ກັບ​ພວກ​ເຮົາ. ຖ້າ​ທ່ານ​ມີ​ປະ​ສົບ​ການ​ດ້ານ​ການ​ເຮັດ​ວຽກ​ມາ​ກ່ອນ ບໍ່​ວ່າ​ຈະ​ເປັນ​ການ​ຕະ​ຫຼາດ ຫຼື ສັດ​ຕະ​ວະ​ແພດ ແລະ ມີ​ຄວາມ​ປາ​ຖະ​ໜາທີ່​ຈະ​ບໍ​ລິ​ຈາກ​ຄວາມ​ສາ​ມາດ​ຂອງ​ທ່ານ ເພື່ອ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ຂອງ​ພວກ​ເຮົາ, ຮຽນ​ຮູ້​ວິ​ທີ​​ການທີ່​ທ່ານ​ສາ​ມາດ​ມີ​ສ່ວນ​ຮ່ວມ

 

ແຕ່​ລະ​ໂຄງ​ການ​ມີ​ວິ​ທີ​ການ​ຊ່ວຍ​ເຫຼືອທີ່​ຫຼາກ​ຫຼາຍ​ຂຶ້ນ​ຢູ່​ກັບ​ປະ​ສົບ​ການ ແລ​ະ ຄວາມ​ສົນ​ໃຈ​ຂອງ​ທ່ານ. ລອງ​ເບິ່ງວິ​ທີ​ການ​ຕ່າງໆ​ຂ້າງ​ລຸ່ມນີ້ ແລະ ຊອກ​ຫາ​ວິ​ທີ​ທີ່​ເໝາະ​ສົມ​ທີ່​ສຸດ​ໃນ​ການ​ມີ​ສ່ວນ​ຮ່ວມ!

ກົດ​ເຂົ້າ​ເບິ່ງວິ​ດີ​ໂອ​ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ Alex ຢູ່​ທີ່ LCTW ນີ້!

Testimonials

Teja Zakotnik

6 month ago

selected from 134 reviews

google.png

We absolutely loved our week volunteering at LCTW—it was definitely the highlight of our month-long travels in Laos. All the animals are very well looked after, with spacious enclosures full of enrichment. We felt privileged to work with so many native species, especially the moon and sun bears. It meant a lot to us to support their incredible mission of wildlife rescue and conservation. The staff were all super friendly, and our accommodation and food were excellent too. To top it all off, we even got to enjoy the swimming pool at the resort next door. Highly recommend!

bottom of page