top of page
ອາສາສະໝັກສັດ​ຕະ​ວະ​ແພດ

ເຂົ້າ​ຮ່ວມ​ເປັນ​ອາ​ສາ​ສະ​ໝັກ​ສັດ​ຕະ​ວະ​ແພດ​ສັດ​ປ່າ​ກັບ​ພວກ​ເຮົາ

ທາງ​ສູນ​ພວກ​ເຮົາ​ມອບ​ໂອ​ກາດ​ພິ​ເສດ​ໃຫ້​ຜູ້​ຊ່ຽວ​ຊານ​ສັດ​ຕະ​ວະ​ແພດ ແລະ ນັກ​ສຶກ​ສາ​ໃຫ້​ໄດ້​ຮັບ​ປະ​ສົບ​ການ​ຕົວ​ຈິງ​ໃນ​ການ​ເບິ່ງ​ແຍງ​ຮັກ​ສາ​ສັດ​ປ່າ. ອາ​ສາ​ສະ​ໝັກ​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ທີມ​ງານ​ສັດ​ຕະ​ວະ​ແພດ​ຂອງ​ພວກ​ເຮົາ, ຊ່ວຍ​ເຫຼືອ​ການ​ປິ່ນ​ປົວ​ທາງ​ການ​ແພດ, ກວ​ດ​ເຊັກ​ສຸ​ຂະ​ພາບ​ສັດ, ກວດ​ເຊັກ​ຮ່າງ​ກາຍ​ສັດ​ຕາມ​ປົກ​ກະ​ຕິ, ສັງ​ເກດ​ສະ​ຫວັດ​ດີ​ການ​ສັດ ແລະ ອື່ນໆ. ໂຄງ​ການນີ້​ໃຫ້​ຄວາມ​ເຂົ້າ​ໃຈ​ອັນ​ເລິກ​ເຊິງກ່ຽວ​ກັບ​ການ​ປິ່ນ​ປົວ​ ແລະ ການ​ອະ​ນຸ​ລັກ​ສັດ​ປ່າ​ໃນ​ລາວ ພ້ອມ​ທັງ​ມີ​ສ່ວນ​ສະ​ໜັບ​ສະ​ໜູນ​ໂດຍ​ກົງ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ສັດ​ທີ່​ໃກ້​ຈະ​ສູນ​ພັນ.

ປະ​ສົບ​ການ ການ​ເປັນ​ອາ​ສາ​ສະ​ໝັກ​ສັດ​ຕະ​ວະ​ແພດ​ຂອງ​ພວກ​ເຮົາ:

ມີ​ຄວາມ​ຍືດ​ຫຍຸ່ນ, ​ການ​ຮຽນ​ຮູ້ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ທ້ອງ​ຖິ່ນ

ໃນ​ຖາ​ນະ​ທີ່​ເປັນອາ​ສາ​ສະ​ໝັກ​ສັດ​ຕະ​ວະ​ແພດ ວັນ​ຂອງ​ທ່ານ​ອາດປ່ຽນ​ແປງ​ໄດ້​ທັນ​ທີ. ທ່ານ​ອາດກຳ​ລັງກວດ​ເຊັກ​ອາ​ຈົມ​ສັດ​ຕາມ​ປົກ​ກະ​ຕິ​ຢູ່​ດີໆ ກໍ່​ຖືກ​ເອີ້ນ​ໃຫ້​ໄປ​ປະ​ເມີນ​ສັດ​ທີ່​ມີ​ອາ​ການ​ງ່ວງ​ຊຶມ​ຢ່າງ​ກະ​ທັນ​ຫັນ ຫລື ກະ​ກຽມ​ການກວດ​ເຊັກ​ຮ່າງ​ກາຍ​ສັດ​ທີ່​ມາ​ຈາກ​ການ​ກູ້​ໄພ​ທີ່​ບໍ່​ຄາດ​ຄິດ. ການ​ເຮັດ​ວຽກຢູ່​ໃນ​ໂຮງ​ໝໍ​ສັດ​ປ່າ​ຂອງ​ພວກ​ເຮົາ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ກະ​ຕື​ລື​ລົ້ນ ດັ່ງ​ນັ້ນ, ຄວາມຍຶດຫຍຸ່ນ ແລະ ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ໄດ້​ງ່າຍຈຶ່ງ​ເປັນ​ສິ່ງ​ສຳ​ຄັນ!

ແທບຈະ​ເປັນ​ໄປ​ບໍ່​ໄດ້​ເລີຍ ທີ່​ຈະ​ຄາດ​ເດົາ​ໄລ​ຍະ​ເວ​ລາ​ທີ່​ແນ່ນອນ​ໃນ​ແຕ່​ລະ​ວັນ​ຂອງ​ທ່ານ ເນື່ອງ​ຈາກວ່າ​ບໍ່​ມີ​ສອງ​ສິ່ງ​ທີ່​ຄື​ກັນ. ພວກ​ເຮົາຂໍ​ຮັບປະ​ກັນ​ວ່າ​ ບໍ່​ວ່າ​ທ່ານ​ຈະ​ຊ່ວຍ​ເຫຼືອ​ໃນ​ການ​ຜ່າ​ຕັດ, ກວດ​ເຊັກ​ຮ່າງ​ກາຍ​ສັດ​ຕາມ​ປົກ​ກະ​ຕິ, ເຝົ້າ​ສັງ​ເກດເບິ່ງ​ສັດ​ທີ່​ປະ​ຈຳ​ຢູ່​ໃນ​ສູນນີ້, ຮັບ​ປະ​ກັນ​ໂຮງ​ໝໍ​ຂອງ​ພວກ​ເຮົາ​ໃຫ້​ໄດ້ມາດ​ຕະ​ຖານ​ສູງ ຫລື ປ້ອນ​ຂໍ້​ມູນ​ການ​ແພດ​ເຂົ້າ​ໃນ ZIMS, ທຸກ​ການ​ສະ​ໜັບສະ​ໜູນ​ຂອງ​ທ່ານ​ຕໍ່ LCTW ນັ້ນ​ມີ​ຄຸນ​ຄ່າ​ຢ່າງ​ຍິ່ງ.     

ພວກ​ເຮົາມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາວິ​ຊາ​ຊີບ ແລະ ສ້າງຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ນັກ​ວິ​ຊາ​ຊີບ​ລາວ. ອາດ​ມີ​ບາງມື້​ທີ່​ສັດ​ຕະ​ວະ​ແພດ​ຕ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ບໍ່​ທັນ ແລະ ສັດ​ຕະ​ວະ​ແພດ​ລາວ​ຂອງ​ພວກ​ເຮົາ​ຈະ​ມາ​ເປັນ​ຜູ້​ນຳ​ແທນ. ຕົວ​ຢ່າງ​ເຫຼົ່າ​ນີ້​ຈະ​ມອບ​ໂອ​ກາດ​ການ​ຮຽນ​ຮູ້​ອັນ​ເປັນ​ເອ​ກະ​ລັກ​ໃຫ້​ແກ່​ທ່ານ ເພື່ອ​ພັດ​ທະ​ນາ​ທັກ​ສະ​ການ​ສື່​ສານ ແລະ ການ​ເຮັດ​ວຽກ​ເປັນ​ທີມ ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ຂອງ​ພວກ​ເຮົາ ເພື່ອ​ຍົກ​ລະ​ດັບ​ຄວາມ​ຊ່ຽວ​ຊານ​ໃນ​ທ້ອງ​ຖິ່ນ​ໃນ​ການ​ລ້ຽງ​ດູ​ສັດ​ປ່າ.  

ພວກ​ເຮົາຍັງ​ເຊື່ອວ່າ​ຄວາມ​ເຂົ້າ​ໃຈ​ໃນ​ການ​ລ້ຽງ​ດູ​ສັດເປັນ​ສິ່ງ​ສຳ​ຄັນ​ສຳ​ລັບ​ການ​ເບິ່​ງ​ແຍງ​ຮັກ​ສາ​ທາງ​ສັດ​ຕະ​ວະ​ແພດ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ນັ້ນ​ເປັນ​ເຫດ​ຜົນ​ທີ່​ວ່າ​ໃນ​ແຕ່​ລະ​ອາ​ທິດ ທ່ານ​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ທີມ​ງານ​ລ້ຽງ​ສັດ​ຂອງ​ພວກ​ເຮົາ, ຮຽນ​ຮູ້​ວິ​ທີ​ການ​ລ້ຽງ​ດູ​ສັດ, ຮຽນ​ຮູ້​ລັກ​ສະ​ນະ​ພິ​ເສດ​ຂອງ​ສັດ​ແຕ່​ລະ​ຊະ​ນິດ ແລະ ທຳ​ຄວາມ​ເຂົ້າ​ໃຈ​ວ່າ​ການ​ລ້ຽງ​ດູ​ສັດ​ທີ່​ຖືກ​ຕ້ອງ​ສາ​ມາດ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ພະ​ຍາດ ແລະ ຄວາມ​ເຈັບ​ປ່ວຍ.     

X-Ray

ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບການເປັນອາສາສະໝັກບໍ?

ກົດ​ເຂົ້າ​ເບິ່ງ​ຄູ່​ມື​ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ. ຖ້າ​ທ່ານ​ບໍ່​ເຫັນ​ຄຳ​ຕອບ​ທີ່​ທ່ານ​ຕ້ອງ​ການ ກະ​ລຸ​ນາຢ່າ​ລັງ​ກຽດ​ຕິດ​ຕໍ່​ພວກ​ເຮົາ.

  • Whatsapp
  • Facebook
  • Instagram
  • LinkedIn
  • TikTok

ບ້ານ ຊຽງ​ແລ​ທ່າ, ເມືອງ ປາກ​ງື່ມ,

ນະ​ຄອນ​ຫຼວງວຽງ​ຈັນ, ສ​ປ​ປ ລາວ 01090

ສາຍ​ດ່ວນ​ຊ່ວຍ​ເຫຼືອ​ສັດ​ປ່າ: 1601

WhatsApp: +856 20 52 902 093

bottom of page