top of page
IMG_3864_edited.jpg

ຈອງ​ທົວ​ປະ​ຈົນ​ໄພເບິ່ງ​ສັດ​ປ່າ​ໄດ້​ໃນ​ມື້ນີ້

Discover rescued animals, walk through pristine forests, and support wildlife conservation in Laos.

ພວກ​ເຮົາ​ມີ​ທົວ​​ຫຼາກ​ຫຼາຍ​ຮູບ​ແບບ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ສົນ​ໃຈ ແລະ ລະ​ດັບ​ກິດ​ຈະ​ກຳ​ຂອງ​ແຂກ​ທຸກ​ຄົນ ໂດຍ​ນັບ​ຕັ້ງ​ແຕ່​ຜູ້​ມາ​ຢ້ຽມ​ຊົມ​ທົ່ວ​ໄປ ໄປ​ຈົນ​ເຖິງ​ຜູ້​ທີ່​ມີ​ຄວາມ​ຫຼົງ​ໄຫຼ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ບໍ່​ວ່າ​ຈະ​ເປັນ​ການ​ຍ່າງ​ຫຼິ້ນ​ຜ່ານ​ເຂດ​ອະ​ນຸ​ລັກ​ພັນ​ສັດ​ປ່າ​ຂອງ​ພວກ​ເຮົາ ຫຼື ຍ່າງ​ປ່າ​ແບບ​ປະ​ຈົນ​ໄພ ໂດຍ​ຈະ​ມີ​ໄກ້​ທີ່​ເປັນ​ຜູ້​ຊ່ຽວ​ຊານ​ດ້ານ​ສັດ​ປ່າ​ນຳ​ພາ​ທ່ານ ເຊິ່ງ​ໄກ້​ຈະ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ກ່ຽວ​ກັບ​ສັດ​ປ່າ, ຖິ່ນ​ທີ່​ຢູ່​ອາ​ໄສ​ຂອງ​ສັດ ແລະ ວຽກ​ງານ​ຂອງ​ສູນພວກ​ເຮົາ​ນີ້​ໃຫ້​ທ່ານ. ໃນ​ບາງ​ທົວ​ທ່ານ​ຍັງ​ຈະ​ໄດ້​ກິນ​ອາ​ຫານ​ລາວ​ທີ່​ເຮັດ​ໂດຍ​ຄົນ​ລາວ​ໃນ​ທ້ອງ​ຖິ່ນນີ້ ຖື​ວ່າ​ເປັນ​ວິ​ທີ​ທີ່​ສົມ​ບູນ​ແບບ​ໃນ​ການ​ສຳ​ຜັດ​ກັບ​ທຳ​ມະ​ຊາດ, ຮຽນ​ຮູ້​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສັດ​ປ່າ ແລະ ສຳ​ຜັດ​ກັບ​ຄວາມ​ສວຍ​ງາມ​ຂອງວັດ​ທະ​ນະ​ທຳ​ລາວ​ດ້ວຍ​ຕົວ​ທ່ານ​ເອງ!

_DSC0044_edited_edited.jpg

Discovery Stroll

ທົວ​ນີ້ເໝາະ​ສົມ​ສຳ​ລັບ​ທຸກ​ເພດ​ທຸກ​ໄວ ແລະ ທຸກຄວາມ​ສາ​ມາດ! ທົວ​ແບບນີ້​ທ່ານ​ຈະ​ໄດ້​ເຫັນ​ສັດ​ທີ່​ພວກ​ເຮົາ​ກອບ​ກູ້​ມາ​ຈາກ​ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ ເຊິ່ງ​ປັດ​ຈຸ​ບັນ​ນີ້ ພວກ​ມັນ​ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ຢູ່​ໃນ​ຄອກ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ນອກ​ຈາກນີ້, ​ທ່ານ​ຍັງ​ຈະ​ໄດ້​ຮ​ັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ແລະ ເລິກ​ເຊິງ​ກ່ຽວກ​ັບ​ໂຄງ​ການ​ປະ​ສົມ​ພັນ​ສັດ ເພື່ອ​ການ​ອະ​ນຸ​ລັກ​ຂອງ LCTW ເຊິ່ງ​ມີ​ການ​ປະ​ສົ​ມ​ພັນສັດ​ທີ່​ໃກ້​ຈະ​ສູນ​ພັນ​ຂັ້ນ​ຮຸນ​ແຮງ ເພື່ອ​ຈະ​ໄດ້​ລູກ​ສັດ​ນ້ອຍ​ມາ​ຊ່ວຍ​ຟື້ນ​ຟູ ແລະ ເສີມ​ສ້າງ​ປະ​ຊາ​ກອນ​ສັດ​ປ່າ​ໃນ​​ລາວ. ມັນ​ເປັນ​ປະ​ສົບ​ການ​ທີ່​ເປັນ​ເອ​ກະ​ລັກ​ແທ້ໆ​ທີ່​ທ່ານ​ຈະ​ບໍ່​ພົບ​ຢູ່​ບ່ອນ​ໃດ​ໃນປະ​ເທດ​​ລາວ.

2

ຕ້ອງ​ຈອງ​ລ່ວງ​ໜ້າ

ບໍ່​ຈຳ​ກັດ​ເວ​ລາ​ເລີ່ມ​ທົວ

1

30 ນາ​ທີ - 1.5 ຊົ່ວ​ໂມງ

3

75,000 ກີບ/ຄົນ (ຄົນ​ລາວ)

150,000 ກີບ/ຄົນ

4
  • ເຕົ່າ​ນ້ຳ ແລະ ເຕົ່າ​ບົກ

  • ທະ​ນີ

  • ເຫງັນ​ໝີ (ເຫງັນ​ຫາງ​ຂໍ)

  • ແຂ້

  • ໂຮງ​ໝໍ​ສັດ​ປ່າ

  • ໂຮງ​ອາ​ຫານ​ສັດ ແລະ ບ່ອນ​ເຮັດ​ເຄື່ອງ​ຫຼິ້ນ​ເສີມ​ພຶດ​ຕິ​ກຳ​ສັດ​

IMG_0905.jpeg

      Bear Forest Walk

ທົວ​ນີ້ເໝາະ​ສົມ​ສຳ​ລັບ​ທຸກ​ເພດ​ທຸກ​ໄວ ແລະ ທຸກຄວາມ​ສາ​ມາດ! ທົວ​ແບບນີ້​ທ່ານ​ຈະ​ໄດ້​ເຫັນ​ສັດ​ທີ່​ພວກ​ເຮົາ​ກອບ​ກູ້​ມາ​ຈາກ​ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ ເຊິ່ງ​ປັດ​ຈຸ​ບັນ​ນີ້ ພວກ​ມັນ​ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ຢູ່​ໃນ​ຄອກ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ນອກ​ຈາກນີ້, ​ທ່ານ​ຍັງ​ຈະ​ໄດ້​ຮ​ັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ແລະ ເລິກ​ເຊິງ​ກ່ຽວກ​ັບ​ໂຄງ​ການ​ປະ​ສົມ​ພັນ​ສັດ ເພື່ອ​ການ​ອະ​ນຸ​ລັກ​ຂອງ LCTW ເຊິ່ງ​ມີ​ການ​ປະ​ສົ​ມ​ພັນສັດ​ທີ່​ໃກ້​ຈະ​ສູນ​ພັນ​ຂັ້ນ​ຮຸນ​ແຮງ ເພື່ອ​ຈະ​ໄດ້​ລູກ​ສັດ​ນ້ອຍ​ມາ​ຊ່ວຍ​ຟື້ນ​ຟູ ແລະ ເສີມ​ສ້າງ​ປະ​ຊາ​ກອນ​ສັດ​ປ່າ​ໃນ​​ລາວ. ມັນ​ເປັນ​ປະ​ສົບ​ການ​ທີ່​ເປັນ​ເອ​ກະ​ລັກ​ແທ້ໆ​ທີ່​ທ່ານ​ຈະ​ບໍ່​ພົບ​ຢູ່​ບ່ອນ​ໃດ​ໃນປະ​ເທດ​​ລາວ.

2

ຕ້ອງ​ຈອງ​ລ່ວງ​ໜ້າ

ບໍ່​ຈຳ​ກັດ​ເວ​ລາ​ເລີ່ມ​ທົວ

1

30 ນາ​ທີ - 1.5 ຊົ່ວ​ໂມງ

3

75,000 ກີບ/ຄົນ (ຄົນ​ລາວ)

150,000 ກີບ/ຄົນ

4
  • ເຕົ່າ​ນ້ຳ ແລະ ເຕົ່າ​ບົກ

  • ທະ​ນີ

  • ເຫງັນ​ໝີ (ເຫງັນ​ຫາງ​ຂໍ)

  • ແຂ້

  • ໂຮງ​ໝໍ​ສັດ​ປ່າ

  • ໂຮງ​ອາ​ຫານ​ສັດ ແລະ ບ່ອນ​ເຮັດ​ເຄື່ອງ​ຫຼິ້ນ​ເສີມ​ພຶດ​ຕິ​ກຳ​ສັດ​

IMG_0463.jpeg

Wildlife Adventure Trek

ທົວ​ນີ້ເໝາະ​ສົມ​ສຳ​ລັບ​ທຸກ​ເພດ​ທຸກ​ໄວ ແລະ ທຸກຄວາມ​ສາ​ມາດ! ທົວ​ແບບນີ້​ທ່ານ​ຈະ​ໄດ້​ເຫັນ​ສັດ​ທີ່​ພວກ​ເຮົາ​ກອບ​ກູ້​ມາ​ຈາກ​ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ ເຊິ່ງ​ປັດ​ຈຸ​ບັນ​ນີ້ ພວກ​ມັນ​ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ຢູ່​ໃນ​ຄອກ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ນອກ​ຈາກນີ້, ​ທ່ານ​ຍັງ​ຈະ​ໄດ້​ຮ​ັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ແລະ ເລິກ​ເຊິງ​ກ່ຽວກ​ັບ​ໂຄງ​ການ​ປະ​ສົມ​ພັນ​ສັດ ເພື່ອ​ການ​ອະ​ນຸ​ລັກ​ຂອງ LCTW ເຊິ່ງ​ມີ​ການ​ປະ​ສົ​ມ​ພັນສັດ​ທີ່​ໃກ້​ຈະ​ສູນ​ພັນ​ຂັ້ນ​ຮຸນ​ແຮງ ເພື່ອ​ຈະ​ໄດ້​ລູກ​ສັດ​ນ້ອຍ​ມາ​ຊ່ວຍ​ຟື້ນ​ຟູ ແລະ ເສີມ​ສ້າງ​ປະ​ຊາ​ກອນ​ສັດ​ປ່າ​ໃນ​​ລາວ. ມັນ​ເປັນ​ປະ​ສົບ​ການ​ທີ່​ເປັນ​ເອ​ກະ​ລັກ​ແທ້ໆ​ທີ່​ທ່ານ​ຈະ​ບໍ່​ພົບ​ຢູ່​ບ່ອນ​ໃດ​ໃນປະ​ເທດ​​ລາວ.

2

ຕ້ອງ​ຈອງ​ລ່ວງ​ໜ້າ

ບໍ່​ຈຳ​ກັດ​ເວ​ລາ​ເລີ່ມ​ທົວ

1

30 ນາ​ທີ - 1.5 ຊົ່ວ​ໂມງ

3

75,000 ກີບ/ຄົນ (ຄົນ​ລາວ)

150,000 ກີບ/ຄົນ

4
  • ເຕົ່າ​ນ້ຳ ແລະ ເຕົ່າ​ບົກ

  • ທະ​ນີ

  • ເຫງັນ​ໝີ (ເຫງັນ​ຫາງ​ຂໍ)

  • ແຂ້

  • ໂຮງ​ໝໍ​ສັດ​ປ່າ

  • ໂຮງ​ອາ​ຫານ​ສັດ ແລະ ບ່ອນ​ເຮັດ​ເຄື່ອງ​ຫຼິ້ນ​ເສີມ​ພຶດ​ຕິ​ກຳ​ສັດ​

Add-On Bear

ເພີ່ມ​ການ​ສ້າງ​ກິດ​ຈະ​ກຳ​ໃຫ້​ໝີ

ຊ່ວຍ​ເສີມ​ສ້າງ​ສ​ະ​ຫວັດ​ດີ​ການໃຫ້​ໝີ​ຂອງ​ພວກ​ເຮົາ ໂດຍ​ການ​ສ້າງ​ກິດ​ຈະ​ກຳ ​ເສີມ​ສ້າງ​ພຶດ​ຕິ​ກຳ​ທີ່​ເປັນ​ທຳ​ມະ​ຊາດ​ຂອງ​ໝີ. ທ່ານ​ຈະ​ໃຊ້​ອາ​ຫານ, ກິ່ນ ແລະ ສິ່ງ​ຂອງ​ຕ່າງໆ​ມາ​ປະ​ດິດ​ເປັນ "ເຄື່ອງ​ຫຼິ້ນ" ໃຫ້​ພວກ​ໝີ. ນອກ​ຈາກນີ້, ທ່ານ​ຍັງ​ຈະ​ໄດ້​ເບິ່ງ​​ໝີກິນ ແລະ ຫຼິ້ນ​ກັບ​ເຄື່ອງ​ຂອງ​ທີ່​ທ່ານ​ສ້າງ​ມາ​ດັ່ງ​ກ່າວ. ທ່ານ​ສາ​ມາດ​ເພີ່ມ​ການ​ສ້າງ​ກິດ​ຈະ​ກຳ​ແບບນີ້​ໃສ່​ກັບ​ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ ຫລື ການ​ຍ່າງ​ປະ​ຈົນ​ໄພ​ເບິ່ງ​ສັດ​ປ່າ.

22

ເພີ່ມ 1 ຊົ່ວ​ໂມງ​ຕື່ມ​ໃສ່​ເວ​ລາ​ທົວ

23

+ 300,000 ກີບ/ຄົນ

ຊອກ​ຫາ​ທາງ​ມາ​ທີ່ LCTW:
ສັດ​ປ່າ, ສິ່ງ​ມະ​ຫັດ​ສະ​ຈັນ ແລະ ການ​ປະ​ຈົນ​ໄພ​ລໍ​ຖ້າ​ທ່ານ​ຢູ່!

📍On Arrival

  • Parking available near the crocodile habitat mural.

  • Restrooms at Nampien Yorla Pa dam (before crossing).

  • Our staff will welcome you at your scheduled time.

🚗 Getting Here

  • On Google Maps:

    • Select “motorbike” mode instead of car for the shortest route across the bridge.

    • Or first set your destination to Shortcut Bridge, then continue to LCTW.

  • Look for Lao Conservation Trust for Wildlife signs after Route 13.

  • Questions? 👉 Contact us on WhatsApp

🚐 Transport Options

We partner with trusted providers to make your trip easier:

  • Self-drive EV rentals or private van service.

  • Van includes pick-up, wait during tour, and drop-off.

  • Bonus: 10% of each booking supports LCTW.

  • Private car, up to 4 passengers.

  • Pick-up from your hotel in Vientiane.

  • Prices:

  • 1,000,000 LAK one-way (ideal if staying at Nampien Yorla Pa).

  • 2,000,000 LAK round-trip to Vientiane.

Mr. Seng – Private Car Service

nampienyorla-room.jpg

🌿 Extend Your Adventure

ເມື່ອ​ຄົ້ນ​ຫາ​ເສັ້ນ​ທາງ​ໃນ Google Maps ມີ​ສອງວິ​ທີ​ທີ່​ຈະ​ເຮັດ​ໃຫ້ Google ບອກ​ເສັ້ນ​ທາງ​​ທີ່​ໄວ​ທີ່ສຸດ​ໃຫ້​ທ່ານ​ມາ​ທີ່ນີ້. 

  1. ​ຄົ້ນ​ຫາ​ເສັ້ນ​ທາງ​ມາ​ຍັງ LCTW ແຕ່​ປ່ຽນ​ການ​ເດີນ​ທາງ​ຂອງ​ທ່ານ​ຈາກ "ລົດ" ໄປ​ເປັນ "ລົດ​ຈັກ". ເສັ້ນ​ທາງນີ້​ຈະ​ພາ​ທ່ານ​ຂ້າມ​ຂົວ ແລະ ເປັນ​ເສັ້ນ​ທາງທີ່​ໄວ​ທີ່​ສຸດ​ມາ​ຍັງ​ສູນ​ຂອງ​ພວກ​ເຮົາ​ນີ້.

  2. ໃຊ້ຈຸດ​ທີ່​ໝາຍ​ວ່າ Shortcut Bridge ໃນ​ແຜນ​ທີ່ຂ້າງ​ລຸ່ມນີ້​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທຳ​ອິດ​ຂອງ​ທ່ານ. ຫຼັງ​ຈາກ​ທີ່​ທ່ານ​ມາ​ຮອດ​ຂົວ​ນີ້​ ທ່ານ​ສາ​ມາດ​ໃຊ້​ຈຸດ​ປັກ​ເຂັມ​ໝຸດ​ທີ​ສອງ​ທີ່​ໝາຍ​ເປັນ LCTW ເພື່ອ​ມາ​ຍັງ​ສູນ​ຊ່ວຍ​ເຫຼືອ​ສັດ​ປ່າ​ຂອງ​ພວກ​ເຮົາ!

ທ່ານ​ຍັງ​ສາ​ມາດ​ມາ​ຕາມ​ປ້າຍບອກ​ທາງ​ຂອງ ມູນ​ນິ​ທິ ອະ​ນຸ​ລັກ ສັດ​ປ່າ ລາວ ເຊິ່ງ​ທ່ານ​ຈະ​ເລີ່ມ​ເຫັນ​ປ້າຍ​ເມື່ອ​ທ່ານ​ລ້ຽວ​ອອກ​ຈາກ​ເສັ້ນ​ທາງ​ເລກ​ທີ 13 ໃຕ້. ຖ້າ​ທ່ານ​ມີ​ຄຳ​ຖາມ​ໃດ ຢ່າ​ລັງ​ກຽດ​ຕິດ​ຕໍ່​ຫາ​ພວກ​ເຮົາ​ໄດ້​ທີ່ WhatsApp!

ເມື່ອ​ມາ​ຮອດ ກະ​ລຸ​ນາ​ໃຊ້​ຫ້ອງ​ນ້ຳ​​ຂອງ Nampien Yorla Pa ທີ່​ຢູ່​ໃກ້ໆ​ກັບ​ບ່ອນ​ຈອດ​ລົດ ຫຼັງ​ຈາກນັ້ນ​ຂັບ​ລົດ​ຂອງ​ທ່ານ​ຂ້າມ​ຝາຍ​ນ້ຳ​ປຽນ ແລະ ຂັບ​ຕາມ​ເສັ້ນທາງ​ມາ​ຈົນກວ່າ​ຈະ​ເຫັນ​ພາບ​ແຕ້ມ​ຂະ​ໜາດ​ໃຫຍ່​ຢູ່​ກຳ​ແພງ (ຄອກ​ແຂ້​ຂອງ​ພວກ​ເຮົາ) ແລ້ວ​ໃຫ້​ທ່ານ​ຈອດ​ລົດ​ຂອງ​ທ່ານ​ໄວ້​ຂ້າງ​ທາງ​ບ່ອນ​ທີ່​ເປັນ​ດິນ. ພະ​ນັກ​ງານ​ຂອງ​ພວກ​ເຮົາ​ຈະ​ລົງ​ມາ​ພົບ​ທ່ານ​ຕາມ​ເວ​ລາ​ທີ່​ນັບ​ກັນ​ໄວ້.

ນອກ​ຈາກນີ້, ພວກ​ເຮົາ​ຍັງ​ຮ່ວມ​ມື​ກັບ Discover Laos ເພື່ອ​ໃຫ້​ການ​ບໍ​ລິ​ການຂົນ​ສົ່ງ​ແກ່​ແຂກ​ຂອງ​ພວກ​ເຮົາ. ຈອງ​ລົດ​ໄຟ​ຟ້າ ແລະ ​​ຂັບ​ມາ​ປະ​ຈົນ​ໄພ​ດ້ວຍ​ຕົວ​ທ່ານ​ເອງ ຫລື ຖ້າ​ຫາກ​ທ່ານ​ບໍ່​ກ້າ​ຂັບ​ລົດ​ຢູ່​ໃນ​ລາວ ໃຫ້​ທ່ານ​ເລືອກ​ໃຊ້​ບໍ​ລິ​ການ​ລົດ​ຕູ້​ແບບ​ສ່ວນ​ຕົວ. ລົດ​ຕູ້​ຈະ​ພາ​ທ່ານ​ມາ​ທີ່ LCTW, ລໍ​ຖ້າ​ທ່ານ​ທົວ ແລະ ພາ​ທ່ານ​ກັບ​ຄືນ​ໄປ​ທີ່​ໂຮງ​ແຮມ​ຂອງ​ທ່ານ. ຖ້າ​ຕົວ​ເລືອກ ​ໃດ​ຕົວ​ເລືອກ​ໜຶ່ງ​ເຫຼົ່າ​ນີ້​ໜ້າ​ສົນ​ໃຈ ທ່ານ​ສາ​ມາດ​ຈັດ​ການ​ເດີນ​ທາງ​ຂອງ​ທ່ານ​ໂດຍ​ກົງ​ກັບ​ທີມ​ງານ​ຂອງ​ເຂົາ​ເຈົ້າ ເພື່ອ​ການ​​ປະ​ຈົນ​ໄພ​ຂອງ​ທ່ານ​ທີ່ LCTW! 

​ທ່ານ​ສາ​ມາດຕໍ່​ການ​ປະ​ຈົນ​ໄພ​ປ່າ​ຂອງ​ທ່ານ​ໄດ້ ​ໂດຍການ​ພັກ​ຄ້າງ​ຄືນ​ທີ່ Nampien Yorla Pa. ເພື່ອ​ມ່ວນ​ຊື່ນ​ໄປ​ກັບ​ຄວາມ​ຕື່ນ​ເຕັ້ນ​ຂອງ​ການ​ຍ່າງ​ຢູ່​ເທິງ​ຂົວ​ອູ່, ສຳ​ຜັດ​ກັບ​ນ້ຳ​ຕົກ​ຕາດ​ທີ່​ສວຍ​ງາມ, ຢ້ຽມ​ຊົມ​ພິ​ພິ​ທະ​ພັນ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຊີ​ວະ​ນາໆ​ພັນ ແລະ ສຳ​ຜັດ​ກັບ​ສິ່ງ​ອື່ນໆ​ອີກ​ຫຼາຍ​ຢ່າງ​ທ່າມ​ກາງບັນ​ຍາ​ກາດ​ທີ່​ສວຍ​ງາມ​ແຫ່ງນີ້! ​ຈອງ​ບ່ອນ​ພັກ​ຂອງ​ທ່ານ​ໃນ​ມື້ນີ້!

 

 

Book Form

​ຈອງ​ທົວ​​​ປະ​ຈົນ​ໄພ​ເບິ່ງ​ສັດ​ປ່າ​ໄດ້​ໃນມື້ນີ້!

ກະ​ລຸ​ນາ​ຂຽນ​​ໃສ່​ແບບ​ຟອມນີ້​ໃຫ້​ຄົບ​ຖ້ວນ ເພື່ອ​ຈອງ​ທົວ​ຂອງ​ທ່ານ​ທີ່ ມູນ​ນິ​ທິ ອະ​ນຸ​ລັກ ສັດ​ປ່າ ລາວ. ພຽງ​ແຕ່​ຂຽນ​ໃສ່​ແບບ​ຟອມນີ້​ຍັງ​ບໍ່​ທັນຢືນ​ຢັນ​ທົວ​ຂອງ​ທ່ານ. 

ທົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ການ​ຢືນ​ຢັນ 100% ກໍ່​ຕໍ່​ເມື່ອ​ທ່ານ​ໄດ້​ຮັບ​ອີ​ເມວ​ຢືນ​ຢັນ ເຊິ່ງ​ລະ​ບຸ​ວ່າ​ໄ​ດ້​ຮັບ​ການ​ຢືນ​ຢັນ​ແລ້ວ​ສຳ​ລັບ​ວັນ​ທີ​ເດືອນ​ປີ​ທີ່​ທ່ານ​ເລືອກ​ມາ​ທົວ.

ຖ້າ​ທ່ານ​ບໍ່​ໄດ້​ຮັບ​ອີ​ເມວ​ຢືນ​ຢັນ​ສຳ​ລັບ​ການ​ຈອງ​ທົວ​ຂອງ​ທ່ານພາຍ​ໃນ 48 ຊົ່ວ​ໂມງ ກະ​ລຸ​ນາ​ສົ່ງ​ຂໍ້​ຄວາມ​ຫາ​ພວກ​ເຮົາ​ໄດ້​ທີ່ WhatsApp (+856 20 52 902 093).

 

ຖ້າ​ທ່ານ​ຕ້ອງ​ການ​ຈອງ​ທົວ​ທີ່​ມີ​ການ​ແຈ້ງ​ລ່​ວງ​ໜ້າ​ຕ່ຳ​ກວ່າ 24 ຊົ່ວ​ໂມງ ກະ​ລຸ​ນາ​ຂຽນ​ໃສ່​ແບບ​ຟອມນີ້ ແລະ ຕິດ​ຕໍ່​ພວກ​ເຮົາ​ຜ່ານ​ທາງ WhatsApp.

 

ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ພົບ​ກັບ​ທ່ານ​ທີ່ LCTW ​ສຳ​ລັບ​ການ​ປະ​ຈົນ​ໄພ​ອະ​ນຸ​ລັກ​ສັດ​ປ່າ!

ເພື່ອ​ຮັບ​ປະ​ກັນ​ໃຫ້​ທ່ານ​ໄດ້​ສຳ​ຜັດ​ກັບ​ປະ​ສົບ​ການ​ທີ່​ດີ​ທີ່​ສຸດ ພວກ​ເຮົາ​ໄດ້​ລວບ​ລວມ​ບາງ​ສິ່ງ​ຂອງ​ທີ່​ທ່ານ​ຄວນ​ກະ​ກຽມ​ສຳ​ລັບ​ການ​ປະ​ຈົນ​ໄພ​ຂອງ​ທ່ານ.

 

ຄຼິກ​ໃສ່​ນີ້ ເພື່ອ​ເບິ່ງ​ສິ່ງ​ຂອງ​ດັ່ງ​ກ່າວ!​

Tour Type
How did you hear about us ?

TESTIMONIALS

Malcolm F

2 month ago

selected from 134 reviews

google.png

The team at Lao Conservation Trust for Wildlife are doing incredible work to rescue and return animals to their natural habitat. They have breeding programs for some of the most endangered species in the country, including the Siamese crocodile and hopefully soon the hog deer. They care for more than 200 animals including sun and moon bears, 3 species of deer, crocs, langur, gibbons, and tortoises. They’re open to volunteers and donations, and are well worth a visit and support. Just bring bug spray.

bottom of page