
ສູນພວກເຮົາສາຂາໃນສະຫະລັດ ອາເມລິກາ
ສູນພວກເຮົາສາຂາໃນສະຫະລັດ ອາເມລິກາມີບົດບາດສຳຄັນໃນການຊ່ວຍອະນຸລັກສັດປ່າລາວ.

ການສຶກສາ
ການສຶກສາສາທາລະນະ
ຊ່ວຍປູກຈິດສຳນຶກກ່ຽວກັບສິ່ງທ້າທາຍທີ່ສັດປ່າລາວຕ້ອງປະເຊີນໜ້າ ລວມທັງຜົນກະທົບຈາກການຄ້າສັດປ່າທີ່ຜິດກົດໝາຍ ໂດຍມີເປົ້າໝາຍທີ່ຈະສ້າງແຮງບັນດານໃຈໃຫ້ມີການປ່ຽນແປງພືດຕິກຳໃນແງ່ບວກ ເພື່ອການອະນຸລັກ.
ນັກຮຽນ ແລະ ອົງການຕ່າງໆ
ເຮັດວຽກຢ່າງໃກ້ຊິດ ເພື່ອໃຫ້ການສຶກສານັກຮຽນ ແລະ ອົງການຈັດຕັ້ງຕ່າງໆໃນສະຫະລັດ ອາເມລິກາ ກ່ຽວກັບສັດປ່າລາວ ແລະ ບົດບາດຄວາມສຳຄັນທີ່ການຄ້າສັດປ່າທີ່ຜິດກົດໝາຍຜັກດັນສັດປ່າຈຳພວກນີ້ໄປສູ່ການສູນພັນ.
ການສະໜັບສະໜູນ
ໃຫ້ການສະໜັບສະໜູນໂຄງການສຶກສາ ລວມທັງການສ້າງບ່ອນຢູ່ອາໄສໃຫ້ສັດ ແລະ ການສຶກສາສັດປ່າທີ່ບໍ່ສາມາດປ່ອຍຄືນສູ່ປ່າທີ່ສູນໃນລາວ ເພື່ອຊ່ວຍປູກຈິດສຳນຶກ ແລະ ຊຸກຍູ້ຄວາມພະຍາຍາມການອະນຸລັກ.
ການກູ້ໄພສັດ, ບຳບັດ-ຟື້ນຟູ ແລະ ປ່ອຍ
ການສະໜັບສະໜູນ
ໃຫ້ການສະໜັບສະໜູນ ແລະ ບຳລຸງຮັກສາຖານຂໍ້ມູນໃນການປະຕິບັດງານຂອງສາຍດ່ວນຊ່ວຍເຫຼືອສັດປ່າລາວ ເພື່ອຮັບປະກັນການຕອບສະໜອງຢ່າງມີປະສິດທິພາບ ແລະ ຊ່ວຍປົກປ້ອງສັດທີ່ໃກ້ຈະສູນພັນທີ່ຕ້ອງການຄວາມຊ່ວຍເຫຼືອ.
ສະໜັບສະໜູນການກູ້ໄພ, ບຳບັດ-ຟື້ນຟູ ແລະ ປ່ອຍສັດປ່າພື້ນເມືອງລາວຈາກການຄ້າສັດປ່າທີ່ຜິດກົດໝາຍ
ອຸປະກອນ
ຊື້ອຸປະກອນກູ້ໄພສັດ, ຜ້າພັນບາດແຜສັດ ແລະ ອຸປະກອນທາງການແພດທີ່ຈຳເປັນໃນສະຫະລັດ ອາເມລິກາ ເຊິ່ງອຸປະກອນດັ່ງກ່າວບາງຢ່າງຫາຊື້ໄດ້ຍາກໃນລາວ ໂດຍໃຫ້ໝັ້ນໃຈວ່າທີມງານໃນລາວມີເຄື່ອງມືຕາມທີ່ຕ້ອງການ ເພື່ອເບິ່ງແຍງຮັກສາ ແລະ ບຳບັດ-ຟື້ນຟູສັດປ່າໃຫ້ມີປະສິດທິພາບ.
ການຮ່ວມມື
ຮ່ວມມືກັບອົງການອະນຸລັກສັດປ່າທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍປົກປ້ອງສັດປ່າລາວ