top of page
WhatsApp Image 2024-10-17 at 11.28.18.jpeg

ໂຄງ​ການ​ອາ​ສາ​ສະ​ໝັກ​ມື​ອາ​ຊີບ

ທ່ານ​ເປັນ​ມື​ອາ​ຊີບ​ໃນ​ຂະ​ແໜງ​ການ​ໃດ​ໜຶ່ງ ແລະ ຕ້ອງ​ການ​ໃຊ້​ຄວາມຊ່ຽວ​ຊານ​ຂອງ​ຕົນ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ອະ​ນຸ​ລັກ​ສັດ​ປ່າ​ໃນ​ລາວ​ບໍ? ໂຄງ​ການ​ອາ​ສາ​ສະ​ໝັກ​ມື​ອາ​ຊີບ​ຂອງ​ພວກ​ເຮົາ​ອາດ​ເປັນ​ໂອ​ກາດ​ທີ່​ເໝາະ​ສົມ​ສຳ​ລັບ​ທ່ານ!

IMG_0144.JPG

ການ​ຢູ່​ຮ່ວມ​ກັນ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ:

ທ່ານ ແລະ LCTW

ຄວາມ​ຊ່ຽວ​ຊານ​ຂອງ​ທ່ານ​ແມ່ນ​ຈຳ​ເປັນ​ຕໍ່​ການ​ຊ່ວຍ​ເຫຼືອ​ການ​ອະ​ນຸ​ລັກ​ສັດ​ປ່າ​ໃນ​ລາວ

​ການ​ມາ​ເປັນ​ອາ​ສາ​ສະ​ໝັກ​ມື​ອາ​ຊີບ​ຢູ່ LCTW ນີ້ ແມ່ນ​ບໍ່​ມີ​ຄ່າ​ທຳ​ນຽມ​ອາ​ສາ​ສະ​ໝັກ—ເພາະ​ຄວາມ​ຊ່ຽວ​ຊານ​ຂອງ​ທ່ານ​ຄື​ການ​ຊ່ວຍ​ເຫຼືອ​ພວກ​ເຮົາ! ເພື່ອ​ຕອບ​ແທນ​ຄວາມ​ສາ​ມາດ​ພິ​ເສດ​ຂອງ​ທ່ານ ທາງ​ສູນ​ພວກ​ເຮົາ​ມີ​ບ່ອນ​ພັກ​ໃຫ້​ທ່ານ ເພື່ອ​ໃຫ້​ທ່ານ​ສາ​ມາດ​ຊ່ວຍ​ເຫຼືອ​ພວກ​ເຮົາ​ໄດ້​ຢ່າງ​ເຕັມ​ທີ​ໃນ​ການ​ອະ​ນຸ​ລັກ​ສັດ​ປ່າ​ລາວ. ທາງ​ສູນ​ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ຜູ້​ເປັນ​ມື​ອາ​ຊີບ​ຈາກ​ທຸກ​ຂະ​ແໜງ​ການ ໂດຍ​ນັບ​ຕັ້ງ​ແຕ່​ການ​ລ​້ຽງ​ສັດ ແລະ ການ​ບໍ​ລິ​ການ​ສັດ​ຕະ​ວະ​ແພດ​ໄປ​ຈົນ​ເຖິງ​ການ​ຕະ​ຫຼາດ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ.  

ເພື່ອຮັບ​ປະ​ກັນ​ໃຫ້​ທ່ານ ແລະ LCTW ໄດ້​ຮັບຜົນ​ປະ​ໂຫຍດ​ຈາກ​ປະ​ສົບ​ການ​ນີ້ ໂດຍ​ທົ່ວ​ໄປ​ແລ້ວ ພວກ​ເຮົາ​ຕ້ອງ​ການ​ໃຫ້​ມາ​ຢູ່​ຢ່າງ​ໜ້ອຍ 12 ອາ​ທິດ. ໃນ​ຊ່ວງ​ເວ​ລານີ້ ທ່ານ​ຈະ​ໄດ້​ເປັນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ທີມ​ງານ​ພວກ​ເຮົາ ໂດຍ​ທ່ານ​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ຊ່ຽວ​ຊານ​ສັດ​ປ່າ ເພື່ອ​ສ້າງ​ແຮງ​ກະ​ແທກ​ທີ່​ແທ້​ຈິ​າ​ໃນ​ລາວ.

ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບການເປັນອາສາສະໝັກບໍ?

ກົດ​ເຂົ້າ​ເບິ່ງ​ຄູ່​ມື​ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ​ໄດ້​ໃນ​ນີ້ ຖ້າ​ທ່ານ​ຊອກ​ບໍ່​ເຫັນຄຳ​ຕອບ​ທີ່​ທ່ານ​ຕ້ອງ​ການ ຢ່າ​ລັງ​ກຽດ​ຕິດ​ຕໍ່​ຫາ​ພວກ​ເຮົາ.

bottom of page