ແຫຼ່ງຂໍ້ມູນການສຶກສາ, ສິ່ງພິມ ແລະ ບົດຄວາມ
ເຂົ້າເບິ່ງແຫຼ່ງຂໍ້ມູນການສຶກສາ, ສິ່ງພິມ ແລະ ບົດຄວາມທີ່ນຳສະເໜີ LCTW ຟຣີ. ບໍ່ວ່າທ່ານຈະຊອກຫາເອກະສານທີ່ຮຽນຮູ້ກ່ຽວກັບການອະນຸລັກສັດປ່າ, ບົດລາຍງານທີ່ພວກເຮົາມີສ່ວນສະໜັບສະໜູນ ຫລື ສື່ມວນຊົນກ່ຽວກັບວຽກງານຂອງພວກເຮົາ ທ່ານຈະພົບເຫັນທຸກຢ່າງໄດ້ທີ່ນີ້. ເຂົ້າໄປເບິ່ງ ແລະ ຄົ້ນຫາເພີ່ມເຕີມກ່ຽວກັບພາລະກິດຂອງພວກເຮົາໃນການປົກປ້ອງສັດປ່າລາວ!
ແຫຼ່ງຂໍ້ມູນການສຶກສາ
ພວກເ ຮົາເຊື່ອວ່າການສຶກສາແມ່ນສຳຄັນສຳລັບການອະນຸລັກ. ພວກເຮົາມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ບຸກຄົນ, ນັກສຶກສາ ແລະ ອົງການຈັດຕັ້ງໃຫ້ມີຄວາມຮູ້ທີ່ຈຳເປັນໃນການປົກປ້ອງສັດປ່າ ແລະ ແຫຼ່ງທີ່ຢູ່ອາໄສຂອງພວກມັນ ໂດຍການແບ່ງປັນຂໍ້ມູນຟຣີ. ຍິ່ງຄົນເຮົາເຂົ້າໃຈຫຼາຍເທົ່າໃດ ພວກເຮົາກໍ່ຍິ່ງສ້າງແຮງກະແທກຮ່ວມກັນຫຼາຍຂຶ້ນເທົ່ານັ້ນ!
- ບັນຊີສັດປ່າ (ລາວ)
- ກົດໝາຍວ່າດ້ວຍສັດປ່າ (ອັງກິດ ແລະ ລາວ)
- ປ້າຍໂຄສະນາສົ່ງເສີມສາຍດ່ວນ (ພາສາອັງກິດ, ລາວ, ຈີນ, ຫວຽດນາມ)
- ປ້າຍໂຄສະນາສົ່ງເສີມສາຍດ່ວນ: ຄວາມສ່ຽງຕໍ່ການເກີດພະຍາດ
- ປ້າຍໂຄສະນາສົ່ງເສີມສາຍດ່ວນ: ຢ່າປ່ອຍໃຫ້ສັດປ່າສູນພັນ
- "ທາງເລືອກເປັນຂອງທ່ານ" ໂປສເຕີ (ອັງກິດ ແລະ ລາວ)
- "ທ່ານຄວນເຮັດແນວໃດ ເມື່ອທ່ານເຫັນສັດປ່າຖືກກັກຂັງ?" ໃບປິວ (ອັງກິດ ແລະ ລາວ)
ສິ່ງພິມ
ສິ່ງພິມຂອງພວກເຮົາລວມມີບົດລາຍງານປະຈຳປີ, ເອກະສານການຄົ້ນຄວ້າທີ່ໄດ້ຮັບການກວດສອບໂດຍຜູ້ຊ່ຽວຊານ ແລະ ບົດນຳສະເໜີໂປສເຕີທີ່ສະແດງເຖິງວຽກງານຂອງພວກເຮົາໃນການອະນຸລັກສັດປ່າ, ກູ້ໄພ, ບຳບັດ-ຟື້ນຟູ ແລະ ການສຶກສາ. ໂດຍການແບ່ງປັນສິ່ງເຫຼົ່ານີ້ ພວກເຮົາມີຈຸດປະ ສົງ ເພື່ອປະກອບສ່ວນໃຫ້ຄວາມຮູ້ທາງວິທະຍາສາດ ແລະ ຄວາມໂປ່ງໃສ ພ້ອມທັງຊີ້ໃຫ້ເຫັນເຖິງແຮງກະແທກຄວາມພະຍາຍາມຂອງພວກເຮົາໃນລາວ.
- ບົດລາຍງານປະຈຳປີ 2020 (ອັງກິດ)
- ບົດລາຍງານປະຈຳປີ 2020 (ລາວ)
- Crocodile Specialist Group Newsletter: ການກໍ່ສ້າງໂຄງການປະສົມພັນແຂ້ ເພື່ອການອະນຸລັກຢູ່ທີ່ ມູນນິທິ ອະນຸລັກ ສັດປ່າ ລາວ, ສປປ ລາວ
- ບົດລາຍງານປະຈຳປີ 2024 (ອັງກິດ)
ບົດຄວາມທີ່ນຳສະເໜີ LCTW
ພາກນີ້ສະແດງບົດຄວາມທີ່ນຳສະເໜີກ່ຽວກັບ LCTW ໂດຍເນັ້ນວຽກງານໃນການກູ້ໄພສັດ, ຄວາມຄິດລິເລີ່ມໃນການອະນຸລັກ ແລະ ແຮງກະແທກໃນລາວ. ເຂົ້າເບິ່ງການລາຍງານຂ່າວຈາກສື່ຕ່າງໆໃນທົ່ວໂລກ ແລະ ເບິ່ງວ່າວຽກງານຂອງພວກເຮົາສ້າງຄວາມແຕກຕ່າງໃຫ້ກັບສັດປ່າໄດ້ແນວໃດ.