top of page

ຈອງ​ທົວ​ປະ​ຈົນ​ໄພເບິ່ງ​ສັດ​ປ່າ​ໄດ້​ໃນ​ມື້ນີ້

ພວກ​ເຮົາ​ມີ​ທົວ​​ຫຼາກ​ຫຼາຍ​ຮູບ​ແບບ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ສົນ​ໃຈ ແລະ ລະ​ດັບ​ກິດ​ຈະ​ກຳ​ຂອງ​ແຂກ​ທຸກ​ຄົນ ໂດຍ​ນັບ​ຕັ້ງ​ແຕ່​ຜູ້​ມາ​ຢ້ຽມ​ຊົມ​ທົ່ວ​ໄປ ໄປ​ຈົນ​ເຖິງ​ຜູ້​ທີ່​ມີ​ຄວາມ​ຫຼົງ​ໄຫຼ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ບໍ່​ວ່າ​ຈະ​ເປັນ​ການ​ຍ່າງ​ຫຼິ້ນ​ຜ່ານ​ເຂດ​ອະ​ນຸ​ລັກ​ພັນ​ສັດ​ປ່າ​ຂອງ​ພວກ​ເຮົາ ຫຼື ຍ່າງ​ປ່າ​ແບບ​ປະ​ຈົນ​ໄພ ໂດຍ​ຈະ​ມີ​ໄກ້​ທີ່​ເປັນ​ຜູ້​ຊ່ຽວ​ຊານ​ດ້ານ​ສັດ​ປ່າ​ນຳ​ພາ​ທ່ານ ເຊິ່ງ​ໄກ້​ຈະ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ກ່ຽວ​ກັບ​ສັດ​ປ່າ, ຖິ່ນ​ທີ່​ຢູ່​ອາ​ໄສ​ຂອງ​ສັດ ແລະ ວຽກ​ງານ​ຂອງ​ສູນພວກ​ເຮົາ​ນີ້​ໃຫ້​ທ່ານ. ໃນ​ບາງ​ທົວ​ທ່ານ​ຍັງ​ຈະ​ໄດ້​ກິນ​ອາ​ຫານ​ລາວ​ທີ່​ເຮັດ​ໂດຍ​ຄົນ​ລາວ​ໃນ​ທ້ອງ​ຖິ່ນນີ້ ຖື​ວ່າ​ເປັນ​ວິ​ທີ​ທີ່​ສົມ​ບູນ​ແບບ​ໃນ​ການ​ສຳ​ຜັດ​ກັບ​ທຳ​ມະ​ຊາດ, ຮຽນ​ຮູ້​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສັດ​ປ່າ ແລະ ສຳ​ຜັດ​ກັບ​ຄວາມ​ສວຍ​ງາມ​ຂອງວັດ​ທະ​ນະ​ທຳ​ລາວ​ດ້ວຍ​ຕົວ​ທ່ານ​ເອງ!

crocs
Two bears
langur
Anchor 3

ການ​ຍ່າງ​ເບິ່ງ​ຊົມ​ພາຍ​ໃນ​ສູນ

ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ

ການ​ຍ່າງ​ປະ​ຈ​ົນ​ໄພ​ເບິ່ງ​ສັດ​ປ່າ

ທົວ​ນີ້ເໝາະ​ສົມ​ສຳ​ລັບ​ທຸກ​ເພດ​ທຸກ​ໄວ ແລະ ທຸກຄວາມ​ສາ​ມາດ! ທົວ​ແບບນີ້​ທ່ານ​ຈະ​ໄດ້​ເຫັນ​ສັດ​ທີ່​ພວກ​ເຮົາ​ກອບ​ກູ້​ມາ​ຈາກ​ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ ເຊິ່ງ​ປັດ​ຈຸ​ບັນ​ນີ້ ພວກ​ມັນ​ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ຢູ່​ໃນ​ຄອກ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ນອກ​ຈາກນີ້, ​ທ່ານ​ຍັງ​ຈະ​ໄດ້​ຮ​ັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ແລະ ເລິກ​ເຊິງ​ກ່ຽວກ​ັບ​ໂຄງ​ການ​ປະ​ສົມ​ພັນ​ສັດ ເພື່ອ​ການ​ອະ​ນຸ​ລັກ​ຂອງ LCTW ເຊິ່ງ​ມີ​ການ​ປະ​ສົ​ມ​ພັນສັດ​ທີ່​ໃກ້​ຈະ​ສູນ​ພັນ​ຂັ້ນ​ຮຸນ​ແຮງ ເພື່ອ​ຈະ​ໄດ້​ລູກ​ສັດ​ນ້ອຍ​ມາ​ຊ່ວຍ​ຟື້ນ​ຟູ ແລະ ເສີມ​ສ້າງ​ປະ​ຊາ​ກອນ​ສັດ​ປ່າ​ໃນ​​ລາວ. ມັນ​ເປັນ​ປະ​ສົບ​ການ​ທີ່​ເປັນ​ເອ​ກະ​ລັກ​ແທ້ໆ​ທີ່​ທ່ານ​ຈະ​ບໍ່​ພົບ​ຢູ່​ບ່ອນ​ໃດ​ໃນປະ​ເທດ​​ລາວ.