top of page
IMG_8044.jpeg

ໂຄງ​ການ​ອາ​ສາ​ສະ​ໝັກ​​ລາວ

ໂຄງ​ການ​ອາ​ສາ​ສະ​ໝັກ​ລາວ​ຂອງ​ພວກ​ເຮົາ​ເປີດ​ໂອ​ກາດ​ໃຫ້​ປວງ​ຊົນ​ລາວ​ໄດ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໂດຍ​ກົງ​ຕໍ່​ການ​ອະ​ນຸ​ລັກ​ສັດ​ປ່າ ໂດຍ​ການ​ສະ​ໜັບ​ສະ​ໜູນ​ການ​ເບິ່ງ​ແຍງ​ສັດ, ການ​ສຶກ​ສາ ແລະ ການ​ປັບ​ປຸງ​ຖິ່ນ​ທີ່​ຢູ່​ອາ​ໄສ​ຂອງ​ສັດ.

IMG_0183.JPG

ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ທີ່​ສຳ​ຄັນ​ຂອງ​ LCTW

ໂຄງ​ການ​ອາ​ສາ​ສະ​ໝັກ​ລາວ​ຂອງ​ພວກ​ເຮົາແມ່ນ​ບໍ່​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ ແຕ່​ພວກ​ເຮົາ​ຂໍ​ໃຫ້​ອາ​ສາ​ສະ​ໝັ​ກ​ລາວ​ທຸກ​ຄົນ​ອຸ​ທິດ​ເວ​ລາ​ຕາມ​ຈຳ​ນວນ​ຊົ່ວ​ໂມງ​ທີ່​ກຳ​ນົດ​ໄວ້​ຕໍ່​ເດືອນ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພວກ​ເຂົາ​ຈະ​ເປັນ​ປະ​ໂຫຍດ​ຕໍ່​ທັງ LCTW ແລະ ຕົວ​ພວກ​ເຂົາ​ເອງ. ພວກ​ເຮົາ​ມີ​ເປົ້າ​ໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ອາ​ສາ​ສະ​ໝັກ​ໄລ​ຍະ​ຍາວ ເພາະ​ວ່າ​ຈະ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຊຸມ​ຊົນ​ຂ​ອງ​ພວກ​ເຮົາ​ ແລະ ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ຈົນ​ໃນ​ທີ່​ສຸດ​ກໍ່​ສາ​ມາດ​ກາຍ​ມາ​ເປັນ​ຜູ້​ຊ່ຽວ​ຊານ​ຂອງ LCTW. ອາ​ສາ​ສະ​ໝັກ​ລາວ​ສາ​ມາດ​ຊ່ວຍ​ວຽກ​ຫຼາຍ​ດ້ານ ໂດຍ​ນັບ​ຕັ້ງ​ແຕ່​ການ​ເປັນ​ໄກ້​ນຳ​ທ່ຽວ ແລະ ຈັດ​ສວນ​ພູ​ມີ​ທັດ​ໄປ​ຈົນ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ລ້ຽງ​ດູ​ສັດ ແລະ ເຮັດ​ເຄື່ອງ​ຂອງ​ຫຼິ້ນເສີມ​ສ້າງ​ພຶດ​ຕິ​ກຳ​ສັດ ເຊິ່ງ​ທັງ​ໝົດ​ນີ້​ມີ​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ການ​ອະ​ນຸ​ລັກ​ຂອງ​ພວກ​ເຮົາ. 

ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບການເປັນອາສາສະໝັກບໍ?

ກົດ​ເຂົ້າ​ເບິ່ງ​ຄູ່​ມື​ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ​ໄດ້​ໃນ​ນີ້ ຖ້າ​ທ່ານ​ຊອກ​ບໍ່​ເຫັນຄຳ​ຕອບ​ທີ່​ທ່ານ​ຕ້ອງ​ການ ຢ່າ​ລັງ​ກຽດ​ຕິດ​ຕໍ່​ຫາ​ພວກ​ເຮົາ.

bottom of page