ພົບກັບທີມງານ

ຜູ້ອຳນວຍການ
ເຈເຣ ມີ່ ຟານ
ເຈເຣມີ່ ໄດ້ເລີ່ມເຮັດວຽກກັບ LCTW ເມື່ອກໍ່ຕັ້ງຂຶ້ນໃນປີ 2018 ແຕ່ໄດ້ເປັນຜູ້ບໍລິຫານຂອງ LCTW ມາຕັ້ງແຕ່ ປີ 2019. ການເປັນຜູ້ນຳສູນອະນຸລັກໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ນັ້ນເປັນຄວາມຝັນມາຕະຫຼອດຊີວິດຂອງລາວ. ຫຼັງຈາກສຳເລັດການສຶກສາລະດັບປະລິນຍາຕີດ້ານວິທະຍາສາດສວນສັດ ແລະ ພິພິທະພັນສັດນ້ຳ ແລະ ປະລິນຍາໂທດ້ານການສຶກສາສິ່ງແວດລ້ອມ ເຈເຣມີ່ຮູ້ສຶກຕື່ນເຕັ້ນທີ່ຈະສືບຕໍ່ຂະຫຍາຍແຮງກະແທກຂອງ LCTW ໃນລາວ ໂດຍສ້າງແຮງບັນດານໃຈໃຫ້ແກ່ນັກອະນຸລັກທີ່ໜຸ່ມນ້ອຍຕະຫຼອດຈົນເຖິງການຊ່ວຍເຫຼືອສັດປ່າທີ່ໃກ້ຈະສູນພັນ.

ຜູ້ຈັດການຝ່າຍລ້ຽງສັດ
ເອນດີ່ ໂກເຕຍ
ເອນດີ່ໄດ້ຮັບການຝຶກອົບຮົມເປັນວິສະວະກອນໂຍທາ ແລະ ກົນຈັກ ແຕ່ລາວໄດ້ເດີນຕາມຄວາມມັກຮັກຂອງລາວຄືສັດປ່າ ໂດຍລາອອກຈາກການກວດກາຂົວທາງ ແລະ ຫັນມາອຸທິດຕົນ ເພື່ອຮຽນຮູ້ທຸກຢ່າງກ່ຽວກັບການຈັດການສັດ. ເອນດີ່ໄດ້ໃຊ້ເວລາຢູ່ໃນ Hungary, Costa Rica, Peru ແລະ France ເພື່ອຮຽນຮູ້ສັດປ່າ. ເອນດີ່ເຂົ້າເຮັດວຽກທີ່ LCTW ນີ້ ໃນປີ 2022 ແລະ ເປັນຜູ້ທີ່ມີສ່ວນຊ່ວຍໃນທີມງານໄດ້ຢ່າງດີ. ລາວຮູ້ສຶກຕື່ນເຕັ້ນທີ່ໄດ້ໃຊ້ຊີວິດເຮັດວຽກຢູ່ທີ່ LCTW ນີ້.

ຫົວໜ້າສັດຕະວະແພດ
ວະຍູ ຮານັນໂຕະ
ທ່ານ ດຣ ອາແມນດາ ເຊວ ເດີນທາງໄປທົ່ວໂລກ ເພື່ອຊ່ວຍເຫຼືອສັດປ່າ ແລະ ປັດຈຸບັນນີ້ພວກເຮົາກໍ່ໂຊກດີທີ່ໄດ້ລາວມາຊ່ວຍວຽກທີ່ LCTW ນີ້! ອາແມນດາຈົບການສຶກສາ DVM ຈາກມະຫາວິທະຍາໄລລັດ Louisiana ແລະ MSc ຈາກມະຫາວິທະຍາໄລ Calgary ລາວໄດ້ເຮັດວຽກໃນຫຼາຍໆແຫ່ງ ໂດຍນັບຕັ້ງແຕ່ທົ່ງຫຍ້າຊາວານາໃນອາຟຣິກາໄປຈົນເຖິງປ່າດົງດິບໃນອາຊີຕາເວັນອອກສ່ຽງໃຕ້—ໂດຍປິ່ນປົວສັດຕ່າງໆນັບຕັ້ງແຕ່ລິ່ນໄປຈົນເຖິງແຮດ ບໍ່ວ່າຈະເປັນການໃຫ້ຄຳປຶກສາແກ່ສັດຕະວະແພດໃນອະນາຄົດ, ເປັນຜູ້ນຳໃນການກູ້ໄພສັດ ຫລື ດຳເນີນການຄົ້ນຄວ້າດ້ານການອະນຸລັກ. ດຣ ອາແມນດານຳເອົາຄວາມຊ່ຽວຊານອັນແທ້ຈິງ (ບາງເລື່ອງລາວປ່າທຳມະຊາດ) ມາສູ່ທີມງານຂອງພວກເຮົາ. ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ມີລາວມາຮ່ວມຊ່ວຍປົກປ້ອງ ແລະ ເບິ່ງແຍງຮັກສາສັດປ່າທີ່ໜ້າເຫຼືອເຊື່ອຂອງລາວເຮົາ!

ຫົວໜ້າຝ່າຍບັນຊີ-ທຸລະກຳ
ອານຸສອນ ດິນດາວົງ
ອານຸສອນ ສະມາຊິກພະນັກງານຂອງພວກເຮົາ ລາວມັກການເກັບກຳບັນທຶກຂໍ້ມູນທາງດ້ານການເງິນຢ່າງລະອຽດ ແລະ ໃບບິນທຸກຢ່າງທ່ານສາມາດເອົາໃຫ້ລາວ. ໃນຖານະທີ່ເປັນຜູ້ກຳບັນຊີ-ການເງິນຂອງ LCTW ອານຸສອນຮັບປະກັນໃຫ້ພວກເຮົາໄດ້ຮັບຜົນປະໂຫຍດຈາກຂັ້ນຕອນການເກັບກຳບັນຊີຂອງລາວຢ່າງແນ່ນອນ. ລາວຍັງຊ່ວຍຈັດການທຶນຊ່ວຍເຫຼືອທີ່ທາງສູນໄດ້ຮັບ ແລະ ວຽກງານທຸລະກຳຕ່າງໆທີ່ມີຄວາມສຳຄັນຕໍ່ການດຳເນີນງານໃຫ້ລາບລື່ນ ເຮັດໃຫ້ພວກເຮົາສາມາດສຸມໃສ່ສັດເປັນຫຼັກໄດ້.

ຫົວໜ້າໂຍທາສະຖານທີ່ ແລະ ຈັດສວນພູມີທັດ
ຄົງລິດ ທາລິເດດ
ຄົງລິດເຮັດວຽກກັບ LCTW ມາຫຼາຍກວ່າ 20 ປາຍປີແລ້ວ (ໃນສະໄໝສູນແຫ່ງນີ້ຍັງເປັນສວນສັດລາວ)! ລາວເປັນຫົວໜ້າຝ່າຍໂຍທາສະຖານທີ່ ແລະ ເປັນຜູ້ຊ່ຽວຊານໃນການເບິ່ງແຍງໄຟຟ້າ ແລະ ຄອກສັດໃຫ້ມີຄວາມປອດໄພ. ລາວມັກຈະໄດ້ຮັບສາຍໂທລະສັບເຂົ້າໃນຊ່ວງເດິກ ຫລື ໃນວັນພັກ ເນື່ອງຈາກການບໍລິຫານສູນສັດປ່າບໍ່ແມ່ນເລື່ອງງ່າຍ. ບາງຢ່າງແມ່ນຈະຕ້ອງໄດ້ສ້ອມແປງ ຫລື ດູແລຢູ່ສະເໝີ ແລະ ພວກເຮົາຂໍຂອບໃຈເປັນຢ່າງຍິ່ງທີ່ ຄົງລິດ ຕອບຮັບໂທລະສັບຂອງລາວຢູ່ເລື້ອຍໆ!

ຜູ້ແປພາສາ ແລະ ຊ່ວຍຝ່າຍບໍລິຫານ
ວື່ທ່າວ ຫວັງກູ້
ວື່ທ່າວ ຫລື ເອີ້ນຊື່ສັ້ນໆວ່າ: ວື່ ລາວເປັນຜູ້ທີ່ມີຄວາມສາມາດເຮັດໄດ້ຫຼາຍວຽກ. ຕາມຫຼັກວິຊາການແລ້ວ, ລາວເປັນຜູ້ແປພາສາ ແຕ່ລາວເຮັດວຽກຫຼາຍກວ່ານັ້ນໃຫ້ສູນພວກເຮົາ. ລາວເປັນຜູ້ຊ່ວຍສ້າງຄວາມເຂົ້າໃຈ ແລະ ເຊື່ອມໂຍງການສື່ສານ ໃນເມື່ອມີສິ່ງທີ່ບໍ່ເຂົ້າໃຈກັນ. ລາວຂັບລົດ 14 ຊົ່ວໂມງ ໄປກູ້ໄພສັດປ່າໃນເມື່ອເກີດມີເຫດສຸກເສີນ ແລະ ຍັງໃຫ້ການຊ່ວຍເຫຼືອທີມງານຢູ່ສະເໝີ ບໍ່ວ່າຈະເປັນການເຄື່ອນຍ້າຍສັດ ຫຼື ຂົນກົງສັດຕ່າງໆ. ພວກເຮົາໂຊກດີຫຼາຍທີ່ໄດ້ ວື່ ຢູ່ກັບພວກເຮົາມາຕັ້ງແຕ່ປີ 2018.

ຜູ້ປະສານງານສາຍດ່ວນຊ່ວຍເຫຼືອສັດປ່າ
ເຈ້ຍລີ
Jia is a valuable addition to our team, bringing fresh energy and dedication to wildlife conservation in Laos. As a graduate of the National University of Laos, he represents the next generation of Lao conservationists, playing a key role in rescuing and protecting wildlife. Since joining, we’ve already seen an increase in rescues, thanks to his hard work and commitment. If you need to report a wildlife crime, Jia is the go-to person to help turn information into action for conservation!

ຜູ້ປະສານງານ ແລະ ພົວພັນອາສາສະໝັກ
ແອມເບີ ຟຣູອິດ
ແອມເບີເຂົ້າຮ່ວມເຮັດວຽກກັບພວກເຮົາໃນປີ 2024 ແລະ ລາວໄດ້ສ້າງແຮງກະແທກທັນທີ. ລາວເປັນຜູ້ເວົ້າທີ່ມີຄວາມຊຳນິຊຳນານ ແລະ ຜູ້ ສ້າງຄວາມສຳພັນ ເຮັດໃຫ້ LCTW ເປັນທີ່ຮູ້ຈັດໄປທົ່ວໂລກ. ດ້ວຍປະສົບການຫຼາຍປີທີ່ເປັນຜູ້ລ້ຽງດູສັດໃນສວນສັດ Chester ທີ່ມີຊື່ສຽງໃນປະເທດອັງກິດ ລາວໄດ້ນຳເອົາຄວາມຮູ້ກ່ຽວກັບສັດ, ຄວາມຫຼົງໄຫຼໃນການເຂົ້າເຖິງຄົນ ແລະ ຄວາມສາມາດໃນການເຮັດໃຫ້ອາສາສະໝັກທີ່ມາຢູ່ໃນ LCTW ຮູ້ສຶກໄດ້ເໝືອນຢູ່ບ້ານຂອງຕົນ.

ຜູ້ປະສານງານການລ້ຽງດູສັດ
ສົມສັກ ລາດຊະວົງ
ສົມສັກມີອາລົມດີ ແລະ ມີຄວາມຮັກແພງມາແບ່ງປັນວັດທະນະທຳລາວໃຫ້ກັບອາສາສະໝັກທຸກຄົນທີ່ໄດ້ມາຢ້ຽມຢາມ LCTW ນີ້. ສົມສັກລາວເປັນໜຶ່ງໃນຜູ້ປະສານງານດ້ານການລ້ຽງດູສັດຂອງພວກເຮົາ ແລະ ສອນອາສາສະໝັກທຸກຄົນໃນເມື່ອເຂົາເຈົ້າເຂົ້າມາຢ້ຽມຢາມສູນ. ລາວເຕີບໃຫຍ່ໃນປະເທດລາວ ແລະ ມີໃຈມັກຮັກສັດທຸກຊະນິດຂອງພວກເຮົາຢ່າງຊັດເຈນ. ລາວມັກຊ່ວຍເຫຼືອການຈັບແຂ້ ເພື່ອກວດເຊັກສຸຂະພາບ ແລະ ມັກພາທົວສຳລັບຄົນລາວ ເພື່ອສ້າງແຮງບັນດານໃຈໃຫ້ເຂົາເຈົ້າມີສ່ວນຮ່ວມໃນພາລະກິດປົກປັກຮັກສາສັດປ່າ.

ຜູ້ປະສານງານການລ້ຽງດູສັດ
ແຊ່ ເບຼບູເລີ່
ຫລັງຈາກເຮັດວຽກທີ່ສວນສັດອົດສະຕາລີທີ່ມີຊື່ສຽງລະດັບໂລກມາຫຼາຍປີ ແຊ່ກໍ່ໄດ້ຊອກຫາວຽກໃໝ່ ເພື່ອເຮັດໃຫ້ຕົນເອງໄດ້ເຮັດວຽກຢູ່ແນວໜ້າໃນການອະນຸລັກ. ລາວເປັນສະມາຊິກພະນັກງານໃໝ່ຂອງທີມງານພວກເຮົາ ແລະ ໄດ້ນຳເອົາມາດຕະຖານການເບິ່ງແຍງສັດທີ່ພິເສດມາສູ່ LCTW ເພື່ອຊ່ວຍຍົກລະດັບສະຫວັດດີການຂອງສັດປ່າທີ່ທາງສູນພວກເຮົາກອບກູ້ມາແຕ່ລະມື້.

ພະນັກງານລ້ຽງສັດ
ໄມທອນ ພອນສະຫວັນ
ດ້ວຍປະສົບການໃນງານກໍ່ສ້າງ ແລະ ງານໄຟຟ້າ ໄມທອນ ບໍ່ເຄີຍຄິດເລີຍວ່າມື້ໜຶ່ງຈະໄດ້ປະກອບສ່ວນເຂົ້າໃນວຽກງານການອະນຸລັກສັດປ່າລາວ ເພື່ອຊ່ວຍໃຫ້ເວລາລູກຊາຍລາວເຕີບໃຫຍ່ມາ ຈຶ່ງຄ່ອຍຈະເຫັນປ່າໄມ້ທີ່ມີເຕັມໄປດ້ວຍສັດປ່າ. ດ້ວຍຄວາມຫຼົງໄຫຼໃນການຮຽນຮູ້ ລາວຈຶ່ງເຂົ້າຮ່ວມທີມງານຂອງພວກເຮົາຢ່າງກະຕືລືລົ້ນ ໂດຍຈະຍອມຮັບຄວາມຊັບຊ້ອນຂອງການລ້ຽງດູສັດປ່າ ແລະ ບົດບາດອັນສຳຄັນຂອງການເຜີຍແຜ່ການປູກຈິດສຳນຶກການອະນຸລັກໃນທົ່ວປະເທດລາວ.

ພະນັກງານລ້ຽງສັດ
ຕິກ ສຸພາພອນ
ຕິກ ຜູ້ທີ່ເຕັມໄປດ້ວຍຄວາມເທ່ ຮູ້ສຶກຕື່ນເຕັ້ນທີ່ໄດ້ເຂົ້າຮ່ວມທີມງານ LCTW ເມື່ອບໍ່ດົນມານີ້. ລາວບໍ່ເຄີຍຄາດຄິດວ່າຈະໄດ້ເຮັດວຽກກັບສັດ ເຊັ່ນ: ໝີ, ທະນີ ຫລື ແມ້ກະທັ້ງແຂ້ພື້ນເມືອງ ແຕ່ເມື່ອພວກເຮົາຍົກຍ້າຍສູນມາຕັ້ງຢູ່ບ້ານຊຽງແລທ່າ ດ້ວຍຄວາມເຄົາລົບຢ່າງເລິກເຊິ່ງຕໍ່ທຳມະຊາດ ແລະ ຈັນຍາບານໃນການເຮັດວຽກ ຕິກຈຶ່ງກາຍເປັນນັກອະນຸລັກທີ່ມີຄວາມຮູ້ ແລະ ຄວາມຫຼົງໄຫຼຢ່າງໄວວາໃນປະເທດລາວ ແລະ ຫວັງວ່າທັດສະນະທີ່ເຢັນຊາຂອງລາວຈະຊ່ວຍສ້າງແຮງບັນດາໃຈໃຫ້ກັບນັກອະນຸລັກລຸ້ນຕໍ່ໄປ.

ສັດຕະວະແພດສັດປ່າ
ແສງຕາວັນ ໄຊຍະລາດ
ແສງຕາວັນ ສຳເລັດການສຶກສາຫຼັກສູດສັດຕະວະແພດຈາກມະຫາວິທະຍາໄລແຫ່ງຊາດ ລາວມີຄວາມຫຼົງໄຫຼກ່ຽວກັບສັດປ່າ ແລະ ມຸ່ງໝັ້ນທີ່ຈະສ້າງຄວາມແຕກຕ່າງອັນແທ້ຈິງໃນລາວ. ທາງສູນພວກເຮົາໄດ້ພົບລາວໃນການຝຶກອົບຮົມຫຼັກສູດສັດຕະວະແພດສັດປ່າຄັ້ງທຳອິດທີ່ຈັດຂຶ້ນໂດຍ ມູນນິທິ ອະນຸລັກ ສັດປ່າ ລາວ (LCTW), ສູນອະນຸລັກຊ້າງ (ECC) ແລະ ກອງທຶກປົກປ້ອງໝີ (Free the Bears) ເຊິ່ງລາວກໍ່ໄດ້ພັດທະນາຕົນເອງຢ່າງໄວວາ ຈົນກາຍເປັນນັກສຶກສາດີເດັ່ນຜູ້ໜຶ່ງ. ເມື່ອລາວສະໝັກເຂົ້າເຮັດວຽກກັບທີມງານຂອງພວກເຮົາ ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍ ແລະ ລາວກໍ່ໄດ້ນຳເອົາຄວາມທຸ່ມເທ ແລະ ຄວາມກະຕືລືລົ້ນມາໃຊ້ກັບທຸກສິ່ງທີ່ລາວເຮັດທີ່ LCTW ນີ້.

ພະຍາບານສັດຕະວະແພດ
ສົມຄິດ ໂພນໄຊຍາ
ສົມຄິດເຮັດວຽກກັບ LCTW ມາໄດ້ 20 ກວ່າປີແລ້ວ! ທຳອິດລາວເລີ່ມເຮັດວຽກເປັນພະນັກງານລ້ຽງສັດ ແຕ່ເມື່ອມີໂອກາດເຂົ້າມາເຮັດວຽກຮ່ວມກັບທີມງານສັດຕະວະແພດ ແລະ ຮຽນຮູ້ເປັນຜູ້ຊ່ວຍສັດຕະວະແພດ ສົມຄິດຈຶ່ງຄວ້າໂອກາດນີ້ໄວ້ທັນທີ. ລາວໄດ້ຮັບການຝຶກອົບຮົມ ແລະ ຮຽນຮູ້ຢູ່ໃນຄລີນິກສັດຕະວະແພດມາຕັ້ງແຕ່ ປີ 2016. ຄວາມຮູ້ສຶກຮ້າຍບວກກັບຄວາມຮັກທີ່ມີຕໍ່ສັດປ່ວຍເຮັດໃຫ້ລາວກາຍເປັນສະມາຊິກຜູ້ໜຶ່ງທີ່ມີຄຸນຄ່າຂອງທີມງານພວກເຮົາ.

ພະນັກງານໂຍທາສະຖານທີ່